LibreOffice 26.2 Help
ຖ້າທ່ານມັກການທີ່ LibreOffice ຕື່ມຄຳສັບທີ່ທ່ານໃຊ້ເລື້ອຍໆໃຫ້ສົມບູນໂດຍອັດຕະໂນມັດ, ທ່ານສາມາດປັບແຕ່ງເພີ່ມເຕີມເພື່ອໃຫ້ມັນເຮັດວຽກໄດ້ດີຂຶ້ນ. ຖ້າທ່ານຕ້ອງການ, ທ່ານຍັງສາມາດບັນທຶກລາຍຊື່ຄຳສັບທີ່ເກັບກຳໄວ້ໃນປັດຈຸບັນເພື່ອເອົາໄປໃຊ້ໃນການເຮັດວຽກຄັ້ງຕໍ່ໄປໄດ້.
ເພື່ອປັບແຕ່ງການຕື່ມຄຳອັດຕະໂນມັດໃຫ້ລະອຽດ, ໃຫ້ເລືອກ ແລ້ວເລືອກຕົວເລືອກໃດໜຶ່ງຕໍ່ໄປນີ້:
ເລືອກ ຕໍ່ທ້າຍດ້ວຍຍະຫວ່າງ.
ຕົວອັກສອນຍະຫວ່າງຈະຖືກຕໍ່ທ້າຍຫຼັງຈາກທີ່ທ່ານພິມຕົວອັກສອນທຳອິດຂອງຄຳສັບຖັດໄປ ຫຼັງຈາກຄຳສັບທີ່ຕື່ມອັດຕະໂນມັດແລ້ວ. ຕົວອັກສອນຍະຫວ່າງຈະຖືກລະເວັ້ນ ຖ້າຕົວອັກສອນຖັດໄປເປັນຕົວຂັ້ນ ເຊັ່ນ: ຈຸດ ຫຼື ຕົວອັກສອນຂຶ້ນແຖວໃໝ່.
ເລືອກປຸ່ມເພື່ອຍອມຮັບຄຳສັບທີ່ແນະນຳໂດຍໃຊ້ກ່ອງລາຍການ ຍອມຮັບດ້ວຍ.
ໃຊ້ກ່ອງ ຄວາມຍາວຄຳສັບຕ່ຳສຸດ ເພື່ອກຳນົດຈຳນວນຕົວອັກສອນຕ່ຳສຸດທີ່ຄຳສັບໃດໜຶ່ງຕ້ອງມີ ເພື່ອຈະຖືກເກັບກຳເຂົ້າໃນລາຍການ.
ຍົກເລີກການເລືອກຕົວເລືອກ ເມື່ອປິດເອກະສານ, ໃຫ້ລຶບຄຳສັບທີ່ເກັບກຳມາຈາກເອກະສານນັ້ນອອກຈາກລາຍການ.
ຕອນນີ້ລາຍການດັ່ງກ່າວຈະສາມາດໃຊ້ໄດ້ກັບເອກະສານອື່ນໆທີ່ທ່ານເປີດນຳອີກ. ເມື່ອທ່ານປິດເອກະສານ LibreOffice ສຸດທ້າຍ, ລາຍຊື່ຄຳສັບຈະຖືກລຶບອອກ.
ຖ້າທ່ານເປີດໃຊ້ກ່ອງໝາຍນີ້, ລາຍຊື່ຄຳສັບຈະໃຊ້ໄດ້ສະເພາະໃນເວລທີ່ເອກະສານປັດຈຸບັນເປີດຢູ່ເທົ່ານັ້ນ.
ຖ້າທ່ານຕ້ອງການໃຫ້ລາຍຊື່ຄຳສັບຄົງຢູ່ດົນກວ່າການເຮັດວຽກ LibreOffice ໃນປັດຈຸບັນ, ໃຫ້ບັນທຶກມັນໄວ້ເປັນເອກະສານ ຕາມທີ່ໄດ້ອະທິບາຍໄວ້ໃນພາກຕໍ່ໄປ.
ຖ້າເປີດໃຊ້ຕົວເລືອກການກວດສອບການສະກົດຄຳອັດຕະໂນມັດ, ຈະມີພຽງແຕ່ຄຳສັບທີ່ການກວດສອບການສະກົດຄຳຮູ້ຈັກເທົ່ານັ້ນທີ່ຈະຖືກເກັບກຳ.
ໃຊ້ລາຍຊື່ຄຳສັບເພື່ອເລີ່ມຕົ້ນດ້ວຍຊຸດຄຳສັບທາງເຕັກນິກທີ່ກຳນົດໄວ້ສຳລັບຟີເຈີການຕື່ມຄຳອັດຕະໂນມັດ.
ເປີດເອກະສານຂໍ້ຄວາມທີ່ມີຄຳສັບທີ່ທ່ານຕ້ອງການໃຊ້ສຳລັບການຕື່ມຄຳອັດຕະໂນມັດ.
ຟີເຈີການຕື່ມຄຳອັດຕະໂນມັດຈະເກັບກຳຄຳສັບເຫຼົ່ານັ້ນ.
ເລືອກຄຳສັບທັງໝົດ ຫຼື ບາງສ່ວນໃນລາຍການ.
ໃຊ້ Command Ctrl+C ເພື່ອສຳເນົາຄຳສັບທີ່ເລືອກທັງໝົດໄປໃສ່ໃນຄລິບບອດ. ວາງຂໍ້ມູນຈາກຄລິບບອດລົງໃນເອກະສານໃໝ່ ແລະ ບັນທຶກໄວ້ເພື່ອໃຫ້ໄດ້ລາຍຊື່ອ້າງອີງຂອງຄຳສັບທີ່ເກັບກຳໄວ້.
ໃນພາຍຫຼັງທ່ານສາມາດເປີດລາຍຊື່ອ້າງອີງ ແລະ ເກັບກຳຄຳສັບໂດຍອັດຕະໂນມັດ ເພື່ອໃຫ້ຟີເຈີການຕື່ມຄຳອັດຕະໂນມັດເລີ່ມຕົ້ນດ້ວຍຊຸດຄຳສັບທີ່ກຳນົດໄວ້.