ການຊ່ວຍເຫຼືອ LibreOffice 26.2
ທ່ານສາມາດນຳໃຊ້ເລກລຳດັບກັບຫຍໍ້ໜ້າດ້ວຍຕົນເອງ ຫຼື ດ້ວຍຮູບແບບຫຍໍ້ໜ້າ.
ຖ້າທ່ານຕ້ອງການຫົວຂໍ້ທີ່ມີເລກລຳດັບ, ໃຫ້ໃຊ້ ເລກລຳດັບຫົວຂໍ້, ແທັນທີ່ຈະໃຫ້ເລກລຳດັບດ້ວຍຕົນເອງ.
ເພື່ອນຳໃຊ້ເລກລຳດັບດ້ວຍຕົນເອງ, ໃຫ້ກົດໃນຫຍໍ້ໜ້າ, ແລ້ວກົດທີ່ໄອຄອນ ໃນແຖບ , ຫຼື ໃຊ້ກ່ອງລາຍການແບບເລື່ອນລົງໃນໄອຄອນເພື່ອເລືອກຮູບແບບເລກລຳດັບ.
You cannot apply manual numbering to paragraphs that are listed under "Special Styles" in the Styles deck.
ເມື່ອທ່ານກົດ Enter ໃນລາຍການແບບມີເລກລຳດັບ ຫຼື ຈຸດລາຍການ, LibreOffice ຈະໃຫ້ເລກລຳດັບຫຍໍ້ໜ້າຖັດໄປໂດຍອັດຕະໂນມັດ. ເພື່ອລຶບເລກລຳດັບ ຫຼື ຈຸດລາຍການອອກຈາກຫຍໍ້ໜ້າໃໝ່, ໃຫ້ກົດ Enter ອີກຄັ້ງ.
ເພື່ອປ່ຽນຮູບແບບຈຸດລາຍການ ຫຼື ເລກລຳດັບສຳລັບຫຍໍ້ໜ້າປັດຈຸບັນເທົ່ານັ້ນ, ໃຫ້ເລືອກຕົວອັກສອນ ຫຼື ຄຳສັບໃນຫຍໍ້ໜ້າ, ເລືອກ , ແລ້ວກົດເລືອກຮູບແບບໃໝ່.
ເພື່ອປ່ຽນຮູບແບບຈຸດລາຍການ ຫຼື ເລກລຳດັບສຳລັບທຸກຫຍໍ້ໜ້າໃນລາຍການ, ໃຫ້ແນ່ໃຈວ່າຕົວກະພິບຢູ່ໃນລາຍການ, ເລືອກ , ແລ້ວກົດເລືອກຮູບແບບໃໝ່.
ໃຊ້ຄຳສັ່ງໃນແຖບ ຈຸດລາຍການ ແລະ ເລກລຳດັບ ເພື່ອປ່ຽນລຳດັບ ແລະ ລະດັບຂອງຫຍໍ້ໜ້າລາຍການ.
ເພື່ອເບິ່ງວ່າຫຍໍ້ໜ້າໃດຢູ່ໃນລາຍການດຽວກັນ, ໃຫ້ກົດທີ່ເບື້ອງຊ້າຍຂອງເລກ ຫຼື ສັນຍະລັກໃນຕອນຕົ້ນຂອງຫຍໍ້ໜ້າລາຍການ, ໂດຍເປີດໃຊ້ (CommandCtrl+F8).
ຮູບແບບຫຍໍ້ໜ້າຊ່ວຍໃຫ້ທ່ານຄວບຄຸມເລກລຳດັບທີ່ທ່ານນຳໃຊ້ໃນເອກະສານໄດ້ດີຂຶ້ນ. ເມື່ອທ່ານປ່ຽນຮູບແບບລາຍການທີ່ກຳນົດໃຫ້ກັບຮູບແບບຫຍໍ້ໜ້າ, ຮູບແບບເລກລຳດັບໃນຮູບແບບລາຍການຈະຖືກນຳໃຊ້ໂດຍອັດຕະໂນມັດກັບທຸກຫຍໍ້ໜ້າທີ່ໃຊ້ຮູບແບບຫຍໍ້ໜ້ານັ້ນ.
ເລືອກ , ແລ້ວກົດທີ່ໄອຄອນ .
ກົດຂວາໃສ່ຮູບແບບຫຍໍ້ໜ້າທີ່ທ່ານຕ້ອງການນຳໃຊ້ເລກລຳດັບ, ແລ້ວເລືອກ ປັບປ່ຽນ.
ກົດທີ່ແທັບ .
ໃນກ່ອງ , ໃຫ້ເລືອກຮູບແບບລາຍການທີ່ຈະນຳໃຊ້.
ກົດ ຕົກລົງ.
ນຳໃຊ້ຮູບແບບຫຍໍ້ໜ້າກັບຫຍໍ້ໜ້າທີ່ທ່ານຕ້ອງການເພີ່ມເລກລຳດັບ.