ການລຶບການຂຶ້ນແຖວໃໝ່

ໃຊ້ຄຸນສົມບັດແກ້ໄຂອັດຕະໂນມັດ (AutoCorrect) ເພື່ອລຶບການຂຶ້ນແຖວໃໝ່ທີ່ເກີດຂຶ້ນພາຍໃນປະໂຫຍກ. ການຂຶ້ນແຖວໃໝ່ທີ່ບໍ່ຕ້ອງການສາມາດເກີດຂຶ້ນໄດ້ເມື່ອທ່ານກັອບປີ້ຂໍ້ຄວາມຈາກແຫຼ່ງອື່ນ ແລະ ວາງມັນລົງໃນເອກະສານຂໍ້ຄວາມ.

Note Icon

ຄຸນສົມບັດແກ້ໄຂອັດຕະໂນມັດນີ້ໃຊ້ໄດ້ກັບຂໍ້ຄວາມທີ່ຈັດຮູບແບບດ້ວຍຮູບແບບວັກຕອນ "ມາດຕະຖານ" ເທົ່ານັ້ນ.


  1. ເລືອກ ເຄື່ອງມື - ແກ້ໄຂອັດຕະໂນມັດ - ຕົວເລືອກການແກ້ໄຂອັດຕະໂນມັດ.

  2. ໃນແຖບ ຕົວເລືອກ, ໃຫ້ໝັ້ນໃຈວ່າໄດ້ເລືອກ ລວມວັກຕອນແຖວດຽວຫາກຄວາມຍາວຫຼາຍກວ່າ 50% ແລ້ວ. ເພື່ອປ່ຽນເປີເຊັນຕໍ່າສຸດສຳລັບຄວາມຍາວແຖວ, ໃຫ້ດັບເບິນຄລິກທີ່ຕົວເລືອກໃນລາຍການ, ແລ້ວປ້ອນເປີເຊັນໃໝ່.

  3. ຄລິກ ຕົກລົງ.

  4. ເລືອກຂໍ້ຄວາມທີ່ມີການຂຶ້ນແຖວໃໝ່ທີ່ທ່ານຕ້ອງການລຶບ.

  5. ໃນຫ້ອງ ນຳໃຊ້ຮູບແບບ ໃນແຖບ ການຈັດຮູບແບບ, ໃຫ້ເລືອກ “ມາດຕະຖານ”.

  6. ເລືອກ ເຄື່ອງມື - ແກ້ໄຂອັດຕະໂນມັດ - ນຳໃຊ້.

Please support us!

Please support us!