ການສ້າງບັນນານຸກົມ

ບັນນານຸກົມແມ່ນລາຍການຜົນງານທີ່ທ່ານອ້າງອີງໃນເອກະສານ.

ການຈັດເກັບຂໍ້ມູນບັນນານຸກົມ

LibreOffice ຈັດເກັບຂໍ້ມູນບັນນານຸກົມໄວ້ໃນຖານຂໍ້ມູນບັນນານຸກົມ, ຫຼື ໃນແຕ່ລະເອກະສານ.

ວິທີຈັດເກັບຂໍ້ມູນໃນຖານຂໍ້ມູນບັນນານຸກົມ

  1. ເລືອກ ເຄື່ອງມື - ຖານຂໍ້ມູນບັນນານຸກົມ

  2. ເລືອກ ຂໍ້ມູນ - ບັນທຶກ.

  3. ພິມຊື່ສຳລັບລາຍການບັນນານຸກົມໃນຫ້ອງ ຊື່ຫຍໍ້, ແລ້ວເພີ່ມຂໍ້ມູນເພີ່ມເຕີມໃສ່ໃນການບັນທຶກໃນຫ້ອງທີ່ຍັງເຫຼືອ.

  4. ປິດປ່ອງຢ້ຽມ ຖານຂໍ້ມູນບັນນານຸກົມ.

ວິທີຈັດເກັບຂໍ້ມູນບັນນານຸກົມໃນແຕ່ລະເອກະສານ

  1. ຄລິກໃສ່ບ່ອນໃນເອກະສານທີ່ທ່ານຕ້ອງການເພີ່ມລາຍການບັນນານຸກົມ.

  2. ເລືອກ ແຊກ - ສານບານ ແລະ ດັດຊະນີ - ລາຍການບັນນານຸກົມ.

  3. ເລືອກ ຈາກເນື້ອໃນເອກະສານ ແລະ ຄລິກ ໃໝ່.

  4. ພິມຊື່ສຳລັບລາຍການບັນນານຸກົມໃນຫ້ອງ ຊື່ຫຍໍ້.

  5. ເລືອກແຫຼ່ງການພິມເຜີຍແຜ່ສຳລັບການບັນທຶກໃນຫ້ອງ ປະເພດ, ແລ້ວເພີ່ມຂໍ້ມູນເພີ່ມເຕີມໃນຫ້ອງທີ່ຍັງເຫຼືອ.

  6. ຄລິກ ຕົກລົງ.

  7. ໃນປ່ອງຢ້ຽມ ແຊກລາຍການບັນນານຸກົມ, ໃຫ້ຄລິກ ແຊກ, ແລ້ວ ປິດ.

Note Icon

When you save a document that contains bibliography entries, the corresponding records are automatically saved in a hidden field in the document.


ການແຊກລາຍການບັນນານຸກົມຈາກຖານຂໍ້ມູນບັນນານຸກົມ

  1. ຄລິກໃສ່ບ່ອນໃນເອກະສານທີ່ທ່ານຕ້ອງການເພີ່ມລາຍການບັນນານຸກົມ.

  2. ເລືອກ ແຊກ - ສານບານ ແລະ ດັດຊະນີ - ລາຍການບັນນານຸກົມ.

  1. ເລືອກ ຈາກຖານຂໍ້ມູນບັນນານຸກົມ.

  2. ເລືອກຊື່ຂອງລາຍການບັນນານຸກົມທີ່ທ່ານຕ້ອງການແຊກໃນຫ້ອງ ຊື່ຫຍໍ້.

  3. ຄລິກ ແຊກ ແລ້ວຄລິກ ປິດ.

Please support us!

Please support us!