ການສ້າງດັດຊະນີຕາມລໍາດັບຕົວອັກສອນ

  1. ຄລິກໃສ່ບ່ອນໃນເອກະສານທີ່ທ່ານຕ້ອງການແຊກດັດຊະນີ.

  2. ເລືອກ ແຊກ - ສານບານ ແລະ ດັດຊະນີ - ສານບານ, ດັດຊະນີ ຫຼື ບັນນານຸກົມ.

  3. ໃນແທັບ ປະເພດ, ໃຫ້ເລືອກ "ດັດຊະນີຕາມລໍາດັບຕົວອັກສອນ" ໃນຫ້ອງ ປະເພດ.

  4. ຖ້າທ່ານຕ້ອງການໃຊ້ໄຟລ໌ດັດຊະນີຄຳສັບ (concordance), ໃຫ້ເລືອກ ໄຟລ໌ດັດຊະນີຄຳສັບ ໃນສ່ວນ ຕົວເລືອກ, ຄລິກປຸ່ມ ໄຟລ໌, ແລ້ວຊອກຫາໄຟລ໌ທີ່ມີຢູ່ ຫຼື ສ້າງໄຟລ໌ດັດຊະນີຄຳສັບໃໝ່.

  5. ກຳນົດຕົວເລືອກການຈັດຮູບແບບສຳລັບດັດຊະນີ, ບໍ່ວ່າຈະຢູ່ໃນແທັບປັດຈຸບັນ ຫຼື ໃນແທັບອື່ນໆຂອງປ່ອງຢ້ຽມນີ້. ຕົວຢ່າງ: ຖ້າທ່ານຕ້ອງການໃຊ້ຫົວຂໍ້ເປັນຕົວອັກສອນດ່ຽວໃນດັດຊະນີຂອງທ່ານ, ໃຫ້ຄລິກແທັບ ລາຍການ, ແລ້ວເລືອກ ຕົວຂັ້ນຕາມລໍາດັບຕົວອັກສອນ. ເພື່ອປ່ຽນການຈັດຮູບແບບຂອງລະດັບຕ່າງໆໃນດັດຊະນີ, ໃຫ້ຄລິກແທັບ ຮູບແບບ.

  6. ຄລິກ ຕົກລົງ.

  7. ເພື່ອອັບເດດດັດຊະນີ, ໃຫ້ຄລິກຂວາໃນດັດຊະນີ, ແລ້ວເລືອກ ອັບເດດດັດຊະນີ ຫຼື ສານບານ.

Please support us!

Please support us!