ການສ້າງຈົດໝາຍວຽນ

ເພື່ອສ້າງຈົດໝາຍວຽນ, ເຈົ້າຕ້ອງການເອກະສານຂໍ້ຄວາມທີ່ມີເຂດຂໍ້ມູນສຳລັບຂໍ້ມູນທີ່ຢູ່, ແລະ ຖານຂໍ້ມູນທີ່ຢູ່. ຈາກນັ້ນເຈົ້າຈຶ່ງຮ່ວມຂໍ້ມູນທີ່ຢູ່ ແລະ ເອກະສານຂໍ້ຄວາມເຂົ້າກັນເພື່ອພິມຈົດໝາຍ ຫຼື ສົ່ງຜ່ານອີເມວ.

Note Icon

ຖ້າເອກະສານຢູ່ໃນຮູບແບບ HTML, ຮູບພາບທີ່ຝັງໄວ້ ຫຼື ຖືກລິງກ໌ໄວ້ຈະບໍ່ຖືກສົ່ງໄປພ້ອມກັບອີເມວ.


ຕົວຊ່ວຍສ້າງຈົດໝາຍວຽນ ຈະຊ່ວຍໃຫ້ເຈົ້າສ້າງຈົດໝາຍວຽນໄດ້.

ເພື່ອສ້າງຈົດໝາຍວຽນ

  1. ເລືອກ ເຄື່ອງມື - ຕົວຊ່ວຍສ້າງຈົດໝາຍວຽນ.

    ເຈົ້າຈະເຫັນກ່ອງຂໍ້ຄວາມ ຕົວຊ່ວຍສ້າງຈົດໝາຍວຽນ. ຕໍ່ໄປນີ້ແມ່ນຕົວຢ່າງຂອງໜຶ່ງໃນຫຼາຍໆວິທີທີ່ເປັນໄປໄດ້ໃນການນຳໃຊ້ໜ້າຕ່າງໆຂອງຕົວຊ່ວຍສ້າງ:

  2. ເລືອກ ເລີ່ມຈາກແມ່ແບບ, ແລະ ຄລິກປຸ່ມ ຊອກເບິ່ງ.

    ເຈົ້າຈະເຫັນກ່ອງຂໍ້ຄວາມ ໃໝ່.

  3. ເລືອກ ການຕິດຕໍ່ພົວພັນທາງທຸລະກິດ ໃນລາຍການທາງຊ້າຍ, ແລ້ວເລືອກ ຈົດໝາຍທຸລະກິດແບບ "ທັນສະໄໝ" ໃນລາຍການທາງຂວາ. ຄລິກ ຕົກລົງ ເພື່ອປິດກ່ອງຂໍ້ຄວາມແມ່ແບບ, ແລະ ຄລິກ ຕໍ່ໄປ ໃນຕົວຊ່ວຍສ້າງ.

  4. ເລືອກ ຈົດໝາຍ ແລະ ຄລິກ ຕໍ່ໄປ.

  5. ໃນຂັ້ນຕອນຕໍ່ໄປຂອງຕົວຊ່ວຍສ້າງ, ໃຫ້ຄລິກປຸ່ມ ເລືອກລາຍຊື່ທີ່ຢູ່ ເພື່ອກວດສອບວ່າເຈົ້າກຳລັງໃຊ້ລາຍຊື່ທີ່ຢູ່ທີ່ຖືກຕ້ອງ. ຖ້າເຈົ້າຕ້ອງການໃຊ້ກຸ່ມຂໍ້ມູນທີ່ຢູ່, ໃຫ້ເລືອກປະເພດກຸ່ມທີ່ຢູ່, ຈັບຄູ່ເຂດຂໍ້ມູນຖ້າຈຳເປັນ, ແລະ ຄລິກ ຕໍ່ໄປ.

  6. ຕໍ່ໄປແມ່ນຂັ້ນຕອນ ສ້າງຄຳຂຶ້ນຕົ້ນ. ຍົກເລີກການໝາຍຕິກໃນຫ້ອງ ແຊກຄຳຂຶ້ນຕົ້ນສະເພາະບຸກຄົນ. ພາຍໃຕ້ ຄຳຂຶ້ນຕົ້ນທົ່ວໄປ, ໃຫ້ເລືອກຄຳຂຶ້ນຕົ້ນທີ່ເຈົ້າຕ້ອງການໄວ້ທາງເທິງຂອງຈົດໝາຍທັງໝົດ.

  7. ຖ້າເຈົ້າຕ້ອງການວາງເຂດຂໍ້ມູນຈົດໝາຍວຽນໄວ້ບ່ອນອື່ນໃນເອກະສານ, ໃຫ້ເລືອກຖັນທີ່ກ່ຽວຂ້ອງໃນແຫຼ່ງຂໍ້ມູນທີ່ຢູ່ຂອງເຈົ້າ, ຈາກນັ້ນລາກ ແລະ ວາງຫົວຖັນນັ້ນລົງໃນເອກະສານບ່ອນທີ່ເຈົ້າຕ້ອງການໃຫ້ເຂດຂໍ້ມູນນັ້ນຢູ່. ໃຫ້ແນ່ໃຈວ່າໄດ້ເລືອກທັງໝົດຖັນ.

  8. ຄລິກ ຕໍ່ໄປ ແລະ ສຸດທ້າຍຄລິກ ສຳເລັດ ເພື່ອສ້າງຈົດໝາຍວຽນ.

Please support us!

Please support us!