ການສອບຖາມຂໍ້ມູນຜູ້ໃຊ້ໃນເຂດຂໍ້ມູນ ຫຼື ເງື່ອນໄຂ

ເຈົ້າສາມາດເຂົ້າເຖິງ ແລະ ສົມທຽບຂໍ້ມູນຜູ້ໃຊ້ບາງຢ່າງຈາກເງື່ອນໄຂ ຫຼື ເຂດຂໍ້ມູນ. ຕົວຢ່າງ, ເຈົ້າສາມາດສົມທຽບຂໍ້ມູນຜູ້ໃຊ້ດ້ວຍຕົວດຳເນີນການດັ່ງຕໍ່ໄປນີ້:

ຕົວດຳເນີນການ

ຄວາມໝາຍ

== ຫຼື EQ

ເທົ່າກັບ

!= ຫຼື NEQ

ບໍ່ເທົ່າກັບ


ຖ້າເຈົ້າຕ້ອງການ, ເຈົ້າສາມາດໃຊ້ເງື່ອນໄຂເພື່ອເຊື່ອງຂໍ້ຄວາມສະເພາະໃນເອກະສານຂອງເຈົ້າຈາກຜູ້ໃຊ້ສະເພາະໃດໜຶ່ງ.

  1. ເລືອກຂໍ້ຄວາມໃນເອກະສານທີ່ເຈົ້າຕ້ອງການເຊື່ອງ.

  2. ເລືອກ ແຊກ - ສ່ວນ.

  3. ໃນສ່ວນ ເຊື່ອງ, ໃຫ້ໝາຍຕິກເອົາຊ່ອງ ເຊື່ອງ.

  4. ໃນຫ້ອງ ດ້ວຍເງື່ອນໄຂ, ໃຫ້ພິມ user_lastname == "Doe", ເຊິ່ງ "Doe" ແມ່ນນາມສະກຸນຂອງຜູ້ໃຊ້ທີ່ເຈົ້າຕ້ອງການເຊື່ອງຂໍ້ຄວາມນຳ.

  5. ຄລິກ ແຊກ ແລ້ວບັນທຶກເອກະສານ.

Note Icon

ຊື່ຂອງສ່ວນທີ່ຖືກເຊື່ອງໄວ້ຍັງສາມາດເຫັນໄດ້ໃນ ຕົວນຳທາງ.


ຕາຕະລາງຕໍ່ໄປນີ້ແມ່ນລາຍຊື່ຂອງຕົວປ່ຽນຜູ້ໃຊ້ທີ່ເຈົ້າສາມາດເຂົ້າເຖິງໄດ້ເມື່ອກຳນົດເງື່ອນໄຂ ຫຼື ເຂດຂໍ້ມູນ:

ຕົວປ່ຽນຜູ້ໃຊ້

ຄວາມໝາຍ

user_firstname

ຊື່ແທ້

user_lastname

ນາມສະກຸນ

user_initials

ຊື່ຫຍໍ້

user_company

ບໍລິສັດ

user_street

ຖະໜົນ

user_country

ປະເທດ

user_zipcode

ລະຫັດໄປສະນີ

user_city

ເມືອງ

user_title

ຄຳນຳໜ້າຊື່

user_position

ຕຳແໜ່ງ

user_tel_work

ເບີໂທລະສັບບ່ອນເຮັດວຽກ

user_tel_home

ເບີໂທລະສັບບ້ານ

user_fax

ເບີແຟັກ

user_email

ທີ່ຢູ່ອີເມວ

user_state

ລັດ/ແຂວງ


Please support us!

Please support us!