LibreOffice 26.2 Help
ທ່ານສາມາດນຳໃຊ້ຟັງຊັນທີ່ກຳນົດໄວ້ລ່ວງໜ້າໃນສູດ, ແລ້ວແຊກຜົນລັບຂອງການຄຳນວນລົງໃນເອກະສານຂໍ້ຄວາມ.
ຕົວຢ່າງ, ເພື່ອຄຳນວນຄ່າສະເລ່ຍຂອງຕົວເລກສາມຕົວ, ໃຫ້ປະຕິບັດດັ່ງນີ້:
ຄລິກໃສ່ເອກະສານບ່ອນທີ່ທ່ານຕ້ອງການແຊກສູດ, ແລ້ວກົດ F2.
ຄລິກໄອຄອນ , ແລະ ເລືອກ "Mean" ຈາກລາຍການຟັງຊັນທາງສະຖິຕິ.
ພິມຕົວເລກສາມຕົວ, ຂັ້ນດ້ວຍເຄື່ອງໝາຍທັບຕັ້ງ (|).
ກົດ Enter. ຜົນລັບຈະຖືກແຊກເປັນຟິວລົງໃນເອກະສານ.
ເພື່ອແກ້ໄຂສູດ, ໃຫ້ດັບເບິນຄລິກທີ່ຟິວໃນເອກະສານ.