ການຄຳນວນຜົນລວມຂອງຊຸດເຊລຕາຕະລາງ

  1. ເລືອກ ຕາຕະລາງ - ແຊກຕາຕະລາງ, ແລ້ວແຊກຕາຕະລາງທີ່ມີໜຶ່ງຖັນ ແລະ ຫຼາຍກວ່າໜຶ່ງແຖວລົງໃນເອກະສານຂໍ້ຄວາມ.

  2. ພິມຕົວເລກໃສ່ໃນແຕ່ລະເຊລຂອງຖັນ, ແຕ່ປ່ອຍໃຫ້ເຊລສຸດທ້າຍໃນຖັນວ່າງໄວ້.

  3. ວາງເຄີເຊີໄວ້ໃນເຊລສຸດທ້າຍຂອງຖັນ, ແລ້ວຄລິກທີ່ໄອຄອນ ຜົນລວມ ເທິງ ແຖບຕາຕະລາງ.
    ແຖບສູດ ຈະປາກົດຂຶ້ນພ້ອມກັບຂໍ້ຄວາມ "=sum".

  4. ຄລິກໃສ່ເຊລທຳອິດຂອງຊຸດທີ່ທ່ານຕ້ອງການລວມ, ລາກໄປຫາເຊລສຸດທ້າຍ, ແລ້ວປ່ອຍ.
    LibreOffice ຈະແຊກສູດສຳລັບການຄຳນວນຜົນລວມຂອງຄ່າຕ່າງໆໃນຖັນປັດຈຸບັນ.

  5. ກົດ Enter, ຫຼື ຄລິກ ນຳໃຊ້ ໃນແຖບສູດ.
    ຜົນລວມຂອງຄ່າໃນຖັນປັດຈຸບັນຈະຖືກປ້ອນລົງໃນເຊລ.

ຖ້າທ່ານປ້ອນຕົວເລກອື່ນຢູ່ບ່ອນໃດກໍຕາມໃນຖັນ, ຜົນລວມຈະຖືກອັບເດດທັນທີທີ່ທ່ານຄລິກໃສ່ເຊລສຸດທ້າຍຂອງຖັນ.

ໃນທຳນອງດຽວກັນ, ທ່ານຍັງສາມາດຄຳນວນຜົນລວມຂອງແຖວຕົວເລກໄດ້ຢ່າງວ່ອງໄວ.

Please support us!

Please support us!