LibreOffice 26.2 Help
ຖ້າຂໍ້ຄວາມຂອງທ່ານມີສູດຢູ່ແລ້ວ, ຕົວຢ່າງ "12+24*2", LibreOffice ສາມາດຄິດໄລ່ ແລະ ວາງຜົນລັບຂອງສູດນັ້ນໃນເອກະສານຂອງທ່ານໄດ້ ໂດຍບໍ່ຕ້ອງໃຊ້ ແຖບສູດ.
ເລືອກສູດໃນຂໍ້ຄວາມ. ສູດນັ້ນຕ້ອງມີພຽງແຕ່ຕົວເລກ ແລະ ເຄື່ອງໝາຍການຄິດໄລ່ເທົ່ານັ້ນ ແລະ ຫ້າມມີຊ່ອງຫວ່າງ.
ເລືອກ ເຄື່ອງມື - ຄິດໄລ່, ຫຼື ກົດ CommandCtrl+ເຄື່ອງໝາຍບວກ (+).
ວາງເຄີເຊີໃສ່ບ່ອນທີ່ທ່ານຕ້ອງການແຊກຜົນລັບຂອງສູດ, ແລ້ວເລືອກ , ຫຼື ກົດ CommandCtrl+V.
ສູດທີ່ເລືອກຈະຖືກແທນທີ່ດ້ວຍຜົນລັບ.