ຮູບແບບໃນ Writer

ຂໍ້ມູນຕໍ່ໄປນີ້ກ່ຽວຂ້ອງກັບຮູບແບບ Writer ທີ່ທ່ານສາມາດນຳໃຊ້ໄດ້ໂດຍໃຊ້ສ່ວນ ຮູບແບບ ໃນແຖບຂ້າງ (Sidebar).

ຖ້າທ່ານຕ້ອງການ, ທ່ານສາມາດແກ້ໄຂຮູບແບບຂອງເອກະສານປັດຈຸບັນ, ແລ້ວບັນທຶກເອກະສານເປັນແມ່ແບບ (template). ເພື່ອບັນທຶກເອກະສານເປັນແມ່ແບບ, ໃຫ້ເລືອກ ໄຟລ໌ - ແມ່ແບບ - ບັນທຶກເປັນແມ່ແບບ.

ໝວດໝູ່ຮູບແບບ

ເຫຼົ່ານີ້ແມ່ນໝວດໝູ່ຕ່າງໆຂອງຮູບແບບການຈັດຮູບແບບ.

ຊື່

ຄຳອະທິບາຍ

ຮູບແບບຕົວອັກສອນ

ໃຊ້ຮູບແບບຕົວອັກສອນເພື່ອຈັດຮູບແບບຕົວອັກສອນດຽວ, ຫຼື ຄຳສັບ ແລະ ວະລີທັງໝົດ. ຖ້າທ່ານຕ້ອງການ, ທ່ານສາມາດຈັດຊ້ອນຮູບແບບຕົວອັກສອນໄດ້.

ຮູບແບບວັກຕອນ

ໃຊ້ຮູບແບບວັກຕອນເພື່ອຈັດຮູບແບບວັກຕອນ, ລວມທັງປະເພດ ແລະ ຂະໜາດຕົວອັກສອນ. ທ່ານຍັງສາມາດເລືອກຮູບແບບວັກຕອນທີ່ຈະນຳໃຊ້ກັບວັກຕອນຖັດໄປ.

ຮູບແບບກອບ

ໃຊ້ຮູບແບບກອບເພື່ອຈັດຮູບແບບຂໍ້ຄວາມ ແລະ ກອບກຣາບຟິກ.

ຮູບແບບໜ້າ

ໃຊ້ຮູບແບບໜ້າເພື່ອຈັດລະບຽບໂຄງສ້າງຂອງເອກະສານ, ແລະ ເພີ່ມເລກໜ້າ. ທ່ານຍັງສາມາດກຳນົດຮູບແບບໜ້າທີ່ຈະນຳໃຊ້ກັບໜ້າທຳອິດທີ່ຖັດຈາກການຂຶ້ນໜ້າໃໝ່.

ຮູບແບບລາຍການ

ໃຊ້ຮູບແບບລາຍການເພື່ອຈັດຮູບແບບລາຍການທີ່ມີລຳດັບ ຫຼື ບໍ່ມີລຳດັບ.

ຮູບແບບຕາຕະລາງ

ໃຊ້ຮູບແບບຕາຕະລາງເພື່ອຈັດຮູບແບບແຖວ, ຖັນ, ຫົວຂໍ້, ຜົນລວມຂອງແຖວ ແລະ ຖັນ, ແລະ ອື່ນໆ.


ກຸ່ມຮູບແບບ

These are the style groups that you can display in the Styles deck.

ຊື່

ຄວາມໝາຍ

ອັດຕະໂນມັດ

ສະແດງຮູບແບບທີ່ເໝາະສົມກັບບໍລິບົດປັດຈຸບັນ.

ຮູບແບບທັງໝົດ

ສະແດງຮູບແບບທັງໝົດຂອງໝວດໝູ່ຮູບແບບທີ່ໃຊ້ງານຢູ່.

ຮູບແບບທີ່ຖືກເຊື່ອງ

Display styles that have been hidden in the Styles deck.

ຮູບແບບທີ່ນຳໃຊ້ແລ້ວ

ສະແດງຮູບແບບ (ຂອງໝວດໝູ່ທີ່ເລືອກ) ທີ່ຖືກນຳໃຊ້ໃນເອກະສານປັດຈຸບັນ.

ຮູບແບບທີ່ກຳນົດເອງ

ສະແດງຮູບແບບທີ່ຜູ້ໃຊ້ກຳນົດເອງທັງໝົດໃນໝວດໝູ່ຮູບແບບທີ່ເລືອກ.

ຮູບແບບຂໍ້ຄວາມ

ສະແດງຮູບແບບການຈັດຮູບແບບສຳລັບຂໍ້ຄວາມ.

ໂຄງສ້າງເອກະສານ

ສະແດງຮູບແບບການຈັດຮູບແບບສຳລັບການຈັດໂຄງສ້າງເອກະສານ.

ຮູບແບບລາຍການ

ສະແດງຮູບແບບການຈັດຮູບແບບສຳລັບລາຍການທີ່ມີລຳດັບ ຫຼື ບໍ່ມີລຳດັບ.

ຮູບແບບດັດຊະນີ

ສະແດງຮູບແບບການຈັດຮູບແບບສຳລັບດັດຊະນີ.

ຮູບແບບພິເສດ

ສະແດງຮູບແບບການຈັດຮູບແບບສຳລັບຫົວໜ້າ, ທ້າຍໜ້າ, ເຊີງອັດ, ອ້າງອີງທ້າຍບົດ, ຕາຕະລາງ ແລະ ຄຳອະທິບາຍພາບ.

ຮູບແບບ HTML

ສະແດງລາຍຊື່ຮູບແບບສຳລັບເອກະສານ HTML.

ຮູບແບບຕາມເງື່ອນໄຂ

ສະແດງຮູບແບບຕາມເງື່ອນໄຂທີ່ຜູ້ໃຊ້ກຳນົດເອງ.

ແບບລຳດັບຊັ້ນ

ສະແດງຮູບແບບໃນໝວດໝູ່ທີ່ເລືອກເປັນລາຍຊື່ແບບລຳດັບຊັ້ນ. ເພື່ອເບິ່ງຮູບແບບໃນລະດັບຍ່ອຍ, ໃຫ້ຄລິກທີ່ເຄື່ອງໝາຍບວກ (+) ຖັດຈາກຊື່ລະດັບຍ່ອຍ.


ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!