ການໄຫຼຂອງຂໍ້ຄວາມ

ຕັ້ງຄ່າຕົວເລືອກການໄຫຼຂອງຂໍ້ຄວາມສຳລັບຂໍ້ຄວາມກ່ອນ ແລະ ຫຼັງຕາຕະລາງ.

ເພື່ອເຂົ້າເຖິງຄຳສັ່ງນີ້...

ເລືອກແຖບ ຕາຕະລາງ - ຄຸນສົມບັດ - ການໄຫຼຂອງຂໍ້ຄວາມ.


ການໄຫຼຂອງຂໍ້ຄວາມ

ຂຶ້ນໜ້າໃໝ່/ຖັນໃໝ່

ເລືອກກ່ອງໝາຍນີ້, ແລ້ວເລືອກປະເພດຂອງການຂຶ້ນໜ້າໃໝ່/ຖັນໃໝ່ທີ່ທ່ານຕ້ອງການເຊື່ອມໂຍງກັບຕາຕະລາງ.

ໜ້າ

ແຊກການຂຶ້ນໜ້າໃໝ່ກ່ອນ ຫຼື ຫຼັງຕາຕະລາງ.

ຖັນ

ແຊກການຂຶ້ນຖັນໃໝ່ກ່ອນ ຫຼື ຫຼັງຕາຕະລາງໃນໜ້າທີ່ມີຫຼາຍຖັນ.

ກ່ອນໜ້າ

ແຊກການຂຶ້ນໜ້າໃໝ່ ຫຼື ຖັນໃໝ່ກ່ອນຕາຕະລາງ.

ຫຼັງຈາກ

ແຊກການຂຶ້ນໜ້າໃໝ່ ຫຼື ຖັນໃໝ່ຫຼັງຕາຕະລາງ.

ດ້ວຍຮູບແບບໜ້າ

ນຳໃຊ້ຮູບແບບໜ້າທີ່ທ່ານກຳນົດໃຫ້ກັບໜ້າທຳອິດທີ່ຖັດຈາກການຂຶ້ນໜ້າໃໝ່.

ຮູບແບບໜ້າ

ເລືອກຮູບແບບໜ້າທີ່ທ່ານຕ້ອງການນຳໃຊ້ໃຫ້ກັບໜ້າທຳອິດທີ່ຖັດຈາກການຂຶ້ນໜ້າໃໝ່.

ເລກໜ້າ

ປ້ອນເລກໜ້າສຳລັບໜ້າທຳອິດທີ່ຖັດຈາກການຂຶ້ນໜ້າໃໝ່. ຖ້າທ່ານຕ້ອງການສືບຕໍ່ລຳດັບເລກໜ້າປັດຈຸບັນ, ໃຫ້ປະຫ້ອງໝາຍວ່າງໄວ້.

ອະນຸຍາດໃຫ້ແຍກຕາຕະລາງຂ້າມໜ້າ ແລະ ຂ້າມຖັນ

ອະນຸຍາດໃຫ້ຂຶ້ນໜ້າໃໝ່ ຫຼື ຂຶ້ນຖັນໃໝ່ລະຫວ່າງແຖວຂອງຕາຕະລາງ.

ອະນຸຍາດໃຫ້ແຖວແຍກຂ້າມໜ້າ ແລະ ຂ້າມຖັນ

ອະນຸຍາດໃຫ້ຂຶ້ນໜ້າໃໝ່ ຫຼື ຂຶ້ນຖັນໃໝ່ພາຍໃນແຖວຂອງຕາຕະລາງ. ຕົວເລືອກນີ້ຈະບໍ່ມີຜົນກັບແຖວທຳອິດຂອງຕາຕະລາງ ຖ້າຫາກເລືອກຕົວເລືອກ ເຮັດຫົວຂໍ້ຄືນໃໝ່ ໄວ້.

ໃຫ້ຢູ່ກັບວັກຕອນຖັດໄປ

ໃຫ້ຕາຕະລາງ ແລະ ວັກຕອນຖັດໄປຢູ່ຮ່ວມກັນເມື່ອທ່ານແຊກການຂຶ້ນໜ້າໃໝ່.

Repeat header

Repeats the table header on a new page when the table spans more than one page.

ແຖວທຳອິດ ... ແຖວ

Enter the number of rows to include in the header.

ທິດທາງຂອງຂໍ້ຄວາມ

ເລືອກທິດທາງສຳລັບຂໍ້ຄວາມໃນຫ້ອງຕາຕະລາງ. ທ່ານສາມາດໃຊ້ຕົວເລືອກການຈັດຮູບແບບຕໍ່ໄປນີ້ເພື່ອ ກຳນົດທິດທາງຂອງຂໍ້ຄວາມໃນຫ້ອງຕາຕະລາງ:

ການຈັດວາງແນວຕັ້ງ

ກຳນົດການຈັດວາງຂໍ້ຄວາມໃນແນວຕັ້ງສຳລັບຫ້ອງຕາຕະລາງ.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!