ການສ້າງມຸມມົນ

ເມື່ອທ່ານແຊກຮູບສີ່ແຈສາກ ຫຼື ກ່ອງຄຳບັນຍາຍ ໂດຍໃຊ້ ຟັງຊັນການແຕ້ມແບບເກົ່າ ແລະ ເລືອກຮູບສີ່ແຈສາກ ຫຼື ກ່ອງຄຳບັນຍາຍນັ້ນ, ທ່ານຈະເຫັນກອບນ້ອຍໆຢູ່ມຸມເທິງຊ້າຍຂອງວັດຖຸ. ກອບດັ່ງກ່າວບົ່ງບອກເຖິງລະດັບຄວາມມົນຂອງມຸມ. ເມື່ອກອບຕັ້ງຢູ່ມຸມເທິງຊ້າຍ, ຈະບໍ່ມີຄວາມມົນ. ເມື່ອກອບຕັ້ງຢູ່ເທິງປຸ່ມປັບທີ່ຢູ່ເຄິ່ງກາງທາງເທິງຂອງວັດຖຸ, ມຸມຈະມີຄວາມມົນຫຼາຍທີ່ສຸດ. ທ່ານສາມາດປັບລະດັບຄວາມມົນໄດ້ໂດຍການຍ້າຍກອບໄປມາລະຫວ່າງສອງຕຳແໜ່ງນີ້.

ໄອຄອນ ເຄັດລັບ

ເພື່ອເປີດໃຊ້ງານແຖບເຄື່ອງມືສີ່ແຈສາກແບບເກົ່າ, ໃຫ້ເລືອກ ເບິ່ງ > ແຖບເຄື່ອງມື > ສີ່ແຈສາກແບບເກົ່າ.


ຕົວກະພິບເມົາເປັນຮູບມື

ຖ້າທ່ານວາງເຄີເຊີໃສ່ກ່ອງນັ້ນ ມັນຈະປ່ຽນເປັນສັນຍະລັກຮູບມື. ຕອນນີ້ທ່ານສາມາດລາກກ່ອງເພື່ອປ່ຽນລະດັບຄວາມມົນໄດ້. ເສັ້ນເຄົ້າຮ່າງຈະສະແດງຕົວຢ່າງຂອງຜົນທີ່ໄດ້.

ຕົວກະພິບເມົາເປັນຮູບມື

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!